ພົນລະເມືອງສະຫະລັດທີ່ເກີດຢູ່ປະເທດຣັດເຊຍ ຜູ້ທີ່ຖືກຕັດສິນລົງໂທດກ່ຽວກັບການສໍ້ລາດບັງຫຼວງມາແລ້ວ ໄດ້ຮັບໂທດອີກຄັ້ງ ສໍາລັບການສ່ອນສະໜອງຂໍ້ມູນລັບ.
ທ່ານ Eugene Spector ໄດ້ຖືກຕັດສິນລົງໂທດໃໝ່ 15 ປີ ສໍາລັບການກະທໍາຜິດກ່ຽວກັບການສ່ອນສະໜອງຂໍ້ມູນລັບ ອີງຕາມຂ່າວສານຂອງຣັດເຊຍ. ທ່ານ Spector ເກີດ ແລະ ເຕີບໃຫຍ່ຢູ່ເມືອງເລນິນກຣາດ ປະເທດຣັດເຊຍ ແຕ່ຕໍ່ມາໄດ້ຍ້າຍໄປຢູ່ສະຫະລັດ ແລະ ກາຍເປັນພົນລະເມືອງສະຫະລັດ.
ການກ່າວຫາກ່ຽວກັບການສ່ອນສະໜອງຂໍ້ມູນລັບໄດ້ຖືກຍື່ນຕໍ່ທ່ານ Spector ໃນເດືອນສິງຫາປີກາຍ ເຖິງຢ່າງໃດກໍ່ຕາມ ລາຍລະອຽດກ່ຽວກັບຄະດີນີ້ບໍ່ໄດ້ຖືກເຜີຍແຜ່ສູ່ສາທາລະນະ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຮູ້ເລື່ອງການລາຍງານກ່ຽວກັບພົນລະເມືອງສະຫະລັດຢູ່ປະເທດຣັດເຊຍ ແລະ ກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ.
ທ່ານ Spector ອະດີດຜູ້ບໍລິຫານຂອງບໍລິສັດອຸປະກອນການແພດໃນຣັດເຊຍ ໄດ້ຖືກຕັດສິນລົງໂທດໃນເດືອນກັນຍາ ປີ 2022 ເປັນເວລາສາມປີເຄິ່ງ ສໍາລັບການສະຫນັບສະຫນູນການສໍ້ລາດບັງຫຼວງຕໍ່ຜູ້ຊ່ວຍຂອງອະດີດຮອງນາຍົກລັດຖະມົນຕີຣັດເຊຍ ທ່ານ Arkady Dvorkovich.
ຜູ້ຊ່ວຍ ທ່ານ Anastasia Alekseyeva ໄດ້ຖືກຕັດສິນລົງໂທດ 12 ປີ ໃນເດືອນເມສາ ສໍາລັບການຮັບສ່ວນບັງຫຼວງເປັນການເດີນທາງພັກຜ່ອນຢູ່ຕ່າງປະເທດທີ່ມີລາຄາແພງສອງຄັ້ງ.
ທ່ານ Dvorkovich ເປັນຮອງນາຍົກລັດຖະມົນຕີພາຍໃຕ້ອະດີດນາຍົກລັດຖະມົນຕີຣັດເຊຍ ທ່ານ Dmitry Medvedev ໃນປີ 2012 ຫາ 2018. ປັດຈຸບັນທ່ານ Dvorkovich ເປັນຫົວໜ້າສະຫະພັນหมากรุกສາກົນ FIDE.