ພະສັນຕະປາປາ ຍົກເລີກການອວຍພອນຢູ່ກາງແຈ້ງໃນວັນອາທິດ ຫຼັງຈາກເປັນໄຂ້ ກ່ອນວັນຄຣິສມາສ ແລະ ມິສຊາວັນຄຣິສມາສ

ວັດຕິກັນ​ໄດ້​ກ່າວ​ໃນ​ວັນ​ເສົາ​ວ່າ ສັນຕະປາປາ​ໄດ້​ເປັນ​ໄຂ້​ຫວັດ​ແລະ​ຈະ​ບໍ່​ໄດ້​ອອກ​ມາ​ອວຍພອນ​ປະຊາຊົນ​ຢູ່​ນອກ​ຕາມ​ປົກກະຕິ​ໃນ​ວັນ​ອາທິດ ແຕ່​ຈະ​ໃຫ້​ພອນ​ຈາກ​ພາຍ​ໃນ​ພຽງ​ສອງສາມ​ວັນ​ກ່ອນ​ການ​ສະເຫຼີມສະຫຼອງ​ວັນ​ຄຣິສມາດ​ກ່ອນ​ວັນ​ຄຣິສມາດ​.

ສະພາບ​ອາກາດ​ທີ່​ໜາວ​ເຢັນ​ແລະ​ວຽກ​ງານ​ທີ່​ຫຍຸ້ງ​ຢູ່​ຂອງ​ສັນຕະປາປາ​ໃນ​ອາທິດ​ຄຣິສມາດ​ໄດ້​ຖືກ​ກ່າວ​ເຖິງ​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ຜູ້​ມີ​ອາຍຸ 88 ປີ​ນັ້ນ​ໃຫ້​ພອນ​ຈາກ​ບ່ອນ​ພັກ​ອາໄສ​ຂອງ​ທ່ານ​ຢູ່​ທີ່​ໂບດ​ຂອງ​ວັດ​Santa Marta.

ປົກກະຕິ​ແລ້ວ​ສັນຕະປາປາ​ຈະ​ເວົ້າ​ກັບ​ປະຊາຊົນ​ຈາກ​ປ່ອງ​ຢ້ຽມ​ຂອງ​ໂບດ​ວັດ​St. Peter’s Basilica ທີ່​ມີ​ທິວ​ທັດ​ເຫັນ​ຈະ​ແຍກ​St. Peter’s Square ໃນ​ວັນ​ອາທິດ.

ສຽງ​ຂອງ​ສັນຕະປາປາ​ຟັງ​ຄ້າຍ​ກັບ​ມີ​ນ້ຳມູກ​ໃນ​ວັນ​ເສົາ​ເມື່ອ​ທ່ານ​ໃຫ້​ຄຳ​ອວຍພອນ​ປະຈຳ​ປີ​ໃນ​ວັນ​ຄຣິສມາດ​ແກ່​ເຈົ້າໜ້າ​ທີ່​ຂອງ​ວັດຕິກັນ.

ຜູ້​ມີ​ອາຍຸ​ກວ່າ 80 ປີ​ນີ້​ເຄີຍ​ເປັນ​ໂລກ​ອັກເສບ​ປອດ​ມາ​ກ່ອນ​ແລ້ວ ລວມ​ທັງ​ປີ​ທີ່​ຜ່ານ​ມາ​ເມື່ອ​ທ່ານ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງ​ໝໍ ແລະ​ທ່ານ​ຍັງ​ໄດ້​ພາດ​ການ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ຢູ່​Dubai ໃນ​ປີ​ທີ່​ຜ່ານ​ມາ​ເນື່ອງ​ຈາກ​ໄຂ້​ໄອ​ແລະ​ການ​ອັກເສບ​ປອດ.

ສັນຕະປາປາ​ເປັນ​ໂລກ​ອັກເສບ​ປອດ​ໃນ​ຊ່ວງ​ອາຍຸ 20 ປີ​ແລະ​ໄດ້​ຮັບ​ການ​ຜ່າຕັດ​ເອົາ​ສ່ວນ​ໜຶ່ງ​ຂອງ​ປອດ​ອອກ​ໃນ​ໄລ​ຍະ​ນັ້ນ.

ວັນ​ຄຣິສມາດ​ກໍ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ປີ​ສັກສິດ​ຂອງ​ວັດຕິກັນ​ເຊິ່ງ​ຄາດ​ວ່າ​ຈະ​ມີ​ຜູ້​ໄປ​ເຮັດ​ກິດຈະກຳ​ທາງ​ສາສະໜາ​ປະມານ 32 ລ້ານ​ຄົນ​ຈະ​ໄປ​ໂລມ​ຕະຫຼອດ​ປີ 2025.

ສັນຕະປາປາ​ຈະ​ເປີດ​ປະຕູ​ສັກສິດ​ຂອງ​ໂບດ​St. Peter’s Basilica ໃນ​ວັນ​ຄຣິສມາດ​ແລະ​ໃນ​ວັນ​ທີ 26 ທັນວາ ທ່ານ​ຈະ​ໄປ​ທີ່​ຄຸກ​ຫລັກ​ຂອງ​ໂລມ​ເພື່ອ​ເປີດ​ຕົວ​ການ​ເລີ່ມ​ຕົ້ນ​ຂອງ​ປີ​ສັກສິດ​ຢູ່​ທີ່​ນັ້ນ.

ປີ​ສັກສິດ ຫຼື​ທີ່​ຮູ້ຈັກ​ກັນ​ໃນ​ນາມ​Jubilee ນັ້ນ​ປົກກະຕິ​ແລ້ວ​ຈະ​ຈັດ​ຂຶ້ນ​ທຸກໆ 25 ປີ.

The Associated Press ແລະ Reuters ໄດ້​ປະກອບ​ສ່ວນ​ໃນ​ການ​ລາຍ​ງານ​ນີ້.