ຫົວໜ້າກຳລັງປ້ອງກັນນິວເຄຼຍຂອງລັດເຊຍ ຖືກຂ້າຕາຍດ້ວຍລະເບີດຢູ່ມອດສະໂກ

ພົນຕີ ອີກອນ ກິຣິລລອບ, ຫົວໜ້າກອງກຳລັງປ້ອງກັນນິວເຄລຍ, ຊີວະພາບ ແລະ ເຄມີຂອງຣັດເຊຍ, ແລະ ຜູ້ຊ່ວຍຂອງລາວໄດ້ເສຍຊີວິດໃນວັນອັງຄານ.

ຄະນະກຳມາທິການສືບສວນຂອງຣັດເຊຍກ່າວວ່າ ອຸປະກອນລະເບີດໄດ້ຖືກວາງໄວ້ໃນລົດສະກູເຕີໃກ້ກັບຕຶກອາຄານທີ່ຢູ່ອາໄສ, ອີງຕາມ The Associated Press.

“ນັກສືບສວນ, ຜູ້ຊ່ຽວຊານດ້ານການກວດສອບທາດຕົວຢ່າງ ແລະ ບໍລິການດ້ານປະຕິບັດງານ ກຳລັງເຮັດວຽກຢູ່ສະຖານທີ່ເຫດການ,” ນາງ ສະເວັດລານາ ເປັດເຣນໂກ ໂຄສົກຂອງ RIC ກ່າວໃນຖະແຫຼ່ງຂ່າວ. “ກິດຈະກຳການສືບສວນ ແລະ ການຄົ້ນຫາ ກຳລັງດຳເນີນຢູ່ເພື່ອສ້າງຄວາມຈະແຈ້ງກ່ຽວກັບສະພາບການທັງໝົດຂອງອາຊະຍາກຳນີ້.”

ນີ້ແມ່ນຂ່າວຮ້ອນ. ກະລຸນາກວດສອບຄືນສຳລັບການປັບປຸງ.